top of page

A Brighter Future for Laos

Let us protect our rights and free our country from the shackles of an unjust society. Support the movement of Lao United for Democracy and Independent of Laos in Fresno, California. We started our campaign to change the Lao government and give the country back to its people.


We are currently seeking worldwide support to preserve the roots of our nation. Contact us today to learn more about us and how you can help.

ເພື່ອອານາຄົດທີ່ສົດໄສຂອງປະເທສລາວ

ຂໍ​ໃຫ້​ພວກ​ເຮົາ​ໄດ້ປົກ​ປັກ​ຮັກ​ສາ​ສິດ​ທິ​ຂອງ​ປວງຊົນລາວແລະ​ປົດ​ປ່ອຍ​ປະ​ເທດ​ຂອງ​ພວກ​ເຮົາ​ອອກຈາກຄວາມສັ່ນສເທືອນ ຂອງ​ສັງ​ຄົມ​ທີ່​ບໍ່​ມີຄວາມຍຸ​ຕິ​ທັມ. ຊ່ວຍສະໜັບສະໜູນການເຄື່ອນໄຫວຂອງອົງການພວກເຮົາເພື່ອປະຊາທິປະໄຕ ແລະ ເອກະຣາຊແຫ່ງຊາດລາວ. ພວກ​ເຮົາ​ເຄື່ຶຶອນໄຫວເພື່ອ​ຕ້ອງການປ່ຽນ​ແປງ​ລະບອບການປົກຄອງ ຄືນປະເທສ​ ແລະ ສິດທິໃຫ້​ປະ​ຊາ​ຊົນລາວ.

ປະຈຸ​ບັນ, ພວກ​ເຮົາ​ສະ​ແຫວ​ງຫາ​ການ​ສະໜັບສະໜູນຈາກຊາວ​ໂລກເພື່ອປົກ​ປັກ​ຮັກສາ​ຮາກ​ຖານ​ຂອງ​ຊາຕລາວ. ທຸກທ່ານສາມາດຕິດຕໍ່ແລະສືບຖາມພວກເຮົາໄດ້ທຸກເວລາເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຈຸດປະສົງໃນການເຄື່ອນໄຫວຂອງພວກເຮົາແລະເພື່ອພວກທ່ານອາດຈະຊ່ວຍເຫລືອພວກເຮົາໄດ້ໃນຂັ້ນຕໍ່ໄປ.

Meet our Chairman: Dr. Farley Sayaseng

Dr. Sayaseng started this organization with his passion and drive to change the Lao government. He took up various classes and earned a Ph.D. in Business Administration. Dr. Sayaseng is currently a business with more than 35 years of experience with several careers.


He has also supported different groups of political movements worldwide for the democracy of Laos. Dr. Sayaseng decided that it was time to move forward and start a nonprofit organization. He founded Lao United for Democracy and Independence in Laos (LUDI) on February 9, 2015, in California.


With Dr. Sayaseng, we have been campaigning online to share our ideas and find like-minded individuals and groups who would like to support us.

ດຣ. ພາລີ ໄຊຍະແສງ ໄດ້ເປັນຜູ້ກໍ່ຕັ້ງອົງການນີ້ຂຶ້ນມາດ້ວຍຄວາມມູ້ງໝັ້ນໃນການທີ່ຈະປ່ຽນແປງລະບອບຜະເດັດການ ການປົກຄອງຂອງຣັຖບານ ສປປ ລາວທີ່ໄດ້ມາດ້ວຍການໂຄດລົ້ມສັນຢາຍຸດຕິສົງຄາມ ລາວລວມລາວເພື່ອຄວາມໝັ້ນຄົງຂອງຊາຕ ໂດຍອິງໄສ່ໃນໂຄງການ ໆ ເມືອງ 18 ຂໍ້ ເຂົ້າຮ່ວມຣັຖບານ ພຣະຣາຊອານາຈັກລາວ ທີ່ນະຄອນຫລວງວຽງຈັນທ໌ ໃນ ວັນທີ 21 ກຸມພາ 1973. ດຣ. ຟາລີ ໄດ້ຮັບການສຶກສາຫລາຍລະດັບ ຫລາຍຂແໜງການ ແລະໄດ້ຮັບປະລິນຍາເອກ ໃນ​ການ​ບໍ​ລິ​ຫານ​ທຸ​ລະ​ກິດ DOCTOR of BUSINESS ADMINISTRATION ປະຈຸບັນ ດຣ ໄຊຍະແສງ ເປັນນັກທຸລະກິດທີ່ມີປະສົບການຫຼາຍກວ່າ 35 ປີມາແລ້ວ ແລະປະກອບໄປກັບຫຼາຍອາຊີບ ເຊ່ນ ການຄ້າ ອະສັງຫາລິມະຊັບ, ບໍລິຫານທາງດ້ານການເງິນ, ການຕະລາດ ແລະ ອູ່່ສ້ອມລົດ ລະດັບ ອິນເຕິ.

ພວກເຮົາຍັງໄດ້ສະໜັບສະໜູນບັນດາກຸ່ມການເມືອງທີ່ເຄື່ອນໄຫວຕ່າງ ໆ ໃນທົ່ວໂລກທີ່ມີຈຸດປະສົງ ເພື່ອປະຊາທິປະໄຕຽລາວ. ດຣ ໄຊຍະແສງ ຄິດວ່າເຖິງເວລາແລ້ວທີ່ພວກເຮົາຄວນຈະກ້າວໄປຂ້າງໜ້າດ້ວຍກັນພາຍໄຕ້ອົງການ Nonprofit Organization 501(c)(3), ທີ່ບໍ່ຂຶ້ນກັບຣັຖບານ, ທີ່ມີຊື່ວ່າ ລາວຍູນາຍຕິດ ​ເພື່ອ​ປະຊາທິປະ​ໄຕ ​ແລະ​ເອກຣາຊຂອງລາວ Lao United for Democracy & Independent of Laos ຂຶ້ນມາ (LUDI) ​ໃນ​ວັນ​ທີ 9 ກຸມພາ 2015 ຂຶ້ນກັບ​ ຣັຖ California ຢ່າງຖືກຕ້ອງຕາມກົດໝາຍ.

ພວກເຮົາໄດ້ເຜີຍແຜ່ນະໂຍບາຍທາງອອນລາຍ ເຟສບຸກ ຍູທູບ ແລະ ທາງ ມາລີມາ ທີວີ ຊ້ອງ ລາວເນັດທີວີ Facebook, YouTube and Malimar TV under Lao Net Channel ເພື່ອແບ່ງປັນຄວາມຄິດຄວາມເຫັນຂອງພວກເຮົາ ແລະຊອກຫາບຸກຄົນທີ່ເຂົ້າໃຈເຖິງຈຸດໝາຍ ແລະເຫັນດີເຫັນຊອບໃນທິດທາງດຽວກັນ ເຂົ້າມາຮ່ວມ ແລະຊ່ວຍສນັບສນູນໄປດ້ວຍກັນ.

Mission Statement

ເຖິງຄອບຄົວທີ່ປະສົບກັບເຄາະຮ້າຍ ທີ່ສູນເສັຽສາມາຊິກຄອບຄົວ ແລະຫາຍສາບສູນໄປໃນສູນກັກຂັງທີ່ຮ້ອງກັນວ່າ ຄຸກສຳມະນາ ນັ້ນຈົ່ງສົ່ງຮູບ ຊື່ ແລະ ນາມສກຸນ ໄປໃຫ້ພວກເຮົາດ່ວນ ເພື່ອຈະໄດ້ເອົາລົງໄສ່ໃນ ເພສບຸກ ແລະ ແວບໄຊ້ ໄວ້ໃຫ້ເປັນຫລັກຖານໃນການກະທຳຜິດຕໍ່ກົດສິດທິມະນຸສໂລກ ແລະ ເພື່ອເອົາຜູ້ກະທຳຜິດຂຶ້ນສານໂລກເພື່ອຕັດສີນຕາມຄວາມເປັນຈິງ ກະລຸນາຊ່ວນກັນກວດລ້າງພວກຜະເດັດການອອກໄປໃຫ້ສິ້ນຈາກແຜ່ນດິນລາວ.


We're rely on your support to democracy Laos


ກະລູນາຊ່ວຍ ບໍລິຈາກປັດຈັຍເຂົ້າໃນການປ່ຽນແປງລາວໄປສູ່ລະບອບປະຊາທິປະໃຕ


bottom of page